หน้าเว็บ

ມີທຶນໜ້ອຍລົງທຶນແນວໃດບໍ່ໃຫ້ "ເຈັ້ງ"


ການເລີ່ມເຮັດທຸລະກິດຈາກທຶນໜ້ອຍ ຈະຊ່ວຍໃຫ້ໄດ້ໃຊ້ສະມອງຄິດຫາທາງເຮັດທຸລະກິດຢ່າງເຕັມທີ່ ມີ ຄວາມຮອບຄອບໃນການໃຊ້ເງິນເປັນພື້ນຖານທີ່ດີເມື່ອທຸລະກິດມີຂະຫນາດໃຫຍ່ຫລາຍຂື້ນ ຜ່ານປະ ສົບການມາຫລາຍຍາກທີ່ຈະລົ້ມ ແຕ່ຫລາຍຄົນກໍ່ເຈັ້ງບໍ່ເປັນທ່າເສຍກ່ອນ ຊື່ງກໍ່ມີຫລາຍເລື່ອງທີ່ເຮັດ ໃຫ້ພາດຊື່ງເປັນເລື່ອງພື້ນຖານທົ່ວໄປນັ້ນເອງ

ເມື່ອມີທຶນໜ້ອຍໃນການເຮັດທຸລະກິດອັນໃດກໍ່ຕາມຕາມຕ້ອງວາງແຜນຄ່ອນຂ້າງຫລາຍ ຄິດຫລາຍ ວິເຄາະຢ່າງຮອບຄອບທີ່ສຸດຫາຂໍ້ມູນຢ່າງດີຍິ່ງເປັນການໃຊ້ເງິນກ້ອນສຸດທ້າຍແລ້ວ ຍິ່ງຕ້ອງວາງແຜນໃຫ້ສຸດຍອດ ບໍ່ວ່າຈະມີແຕ່ຫລັກແສນ ຫລື ຫລັກລ້ານ ກໍ່ສາມາດເລີ່ມຕົ້ນໄດ້ທັ້ງນັ້ນເງິນທຶນຍິ່ງໜ້ອຍ ສະມອງຍິ່ງຖືກໃຊ້ງານຫລາຍ ບາງເທື່ອອາດຈະພົດເຈີໄອເດີຍດີໆທີ່ເຮັດໃຫ້ຕັ້ງໂຕໄດ້ທັນທີ ສ່ວນຄົນມີທຶນຫລາຍສ່ວນໃຫຍ່ມັກຈະຊະລ້າໃຈ ແລະ ເຈັ້ງບໍ່ເປັນທ່າເຊັ່ນກັນ


ເງິນທຶນໜ້ອຍຕ້ອງບໍລິຫານແນວໃດບໍ່ໃຫ້ພາດ:

ເປັນຄວາມໂຊກດີທີ່ຜູ້ຂຽນໄດ້ມີປະສົບການໃນການຄ້າຂາຍກັບຄົນຫລາຍລະດັບຈື່ງໄດ້ເຫັນການໃຊ້ເງິນລົງທຶນເອີ້ນໄດ້ວ່າຕັ້ງແຕລະດັບຊາວບ້ານ ຫລັກສິບ ຈົນເຖີ່ງຫລັກ 100 ຫລື 1,000 ລ້ານກີບ ໄດ້ເຫັນຄວາມຜິດພາດທັງ ຂອງ ຄົນອື່ນ ແລະ ຕົວເອງ ເຊັ່ນ:

1. ມີທຶນໜ້ອຍ ຄວາມີລະບຽບວິໄນ ສຳຄັນທີ່ສຸດ

ຄວາມມີລະບຽບວິໄນໃນການໃຊ້ຈ່າຍສຳຄັນທີ່ສຸດຕ້ອງຄວບຄຸມການເງິນໃຫ້ດີ ຈະຈ່າຍຫຍັງອອກໄປຕ້ອງຄິດໃຫ້ຮອບຄອບ ເພາະທຶນໜ້ອຍໆພາດນ້ອຍດຽວກໍ່ຈົບໄດ້ ຜູ້ຂຽນເປັນໜື່ງໃນບຸກຄົນຜູ້ຂາດລະບຽບວິໄນຫລາຍທີ່ສຸດ ຂໍ້ນີ້ຈື່ງເປັນປະສົບການກົງເລີຍ ເຮັດຫຍັງກໍ່ບໍ່ສຳເລັດ ເພາະຂາດວິໄນຫລາຍບາງເທື່ອຄືຈະໄປໄດ້ດີແຕ່ຢູ່ໆກໍ່ຈົມດິນຫາຍໄປເລີຍ

2. ຢືມເງິນຄົນອື່ນມາລົງທຶນ ຕ້ອງຮີບຄືນໃຫ້ໄວທີ່ສຸດ

ຫາກເປັນການຢືມເງິນຄົນອື່ນມາລົງທຶນຕ້ອງເລັ່ງຫາທາງຄືນທຶນໃຫ້ໄວທີ່ສຸດ ຫລື ຮີບກັນເງິນແຍກໄວ້ຕ່າງຫາກຕ້ອງມີລະບຽບວິໄນຫລາຍຄົນມັກຈະພາດ ພໍເລີ່ມມີກຳໄລແລ້ວກໍ່ໄດ້ໃຈຄິດວ່າດຽວກໍ່ຈະມີລາຍຮັບເຂົ້າມາສາມາດຄືນໄດ້ແນ່ນອນ ຈາກນັ້ນຈະເລີ່ມຂາດວິໄນທາງການເງິນ ສຸດທ້າຍກໍ່ບໍ່ສາມາຄືນເງິນທີ່ຢືມມາໄດ້ ບໍ່ວ່າຈະເຮັດລົງທຶນຫລາຍ ຫລື ໜ້ອຍ ເລື່ອງເຄດິດສຳຄັນຫລາຍ ໂດຍສະເພາະການຢືມເງິນນັດຕ້ອງເປັນນັດ ຄົນລະດັບລຸ່ມໆຈະເປັນກັນຫລາຍຢືມແລ້ວບໍ່ຄືນ, ບໍ່ໜີ້ບໍ່ຈ່າຍ ແຖມຍັງໜ້າດ້ານໄປຢືມອີກບໍ່ໃຫ້ດ່າອີກຕ່າງຫາກ

3. ຢ່າພາດລົງທຶນກັບເຄື່ອງທີ່ຂາຍບໍ່ໄດ້

ການມີທຶນໜ້ອຍ ຫລື ທຶນຫລາຍກໍ່ຕາມພະຍາຍາມຫລີກລ້ຽງການລົງທຶນກັບເຄື່ອງທີ່ຂາຍບໍ່ໄດ້ ເຊັ່ນ:ມີເງິນ 10,000,000 ກີບ ກໍ່ເອົາໄປລົງທຶນຜະລິດສິນຄ້າທັ້ງໝົດໃນຂະນະທີ່ຫາກເອົາເງິນໄປລົງທຶນກັບເຄື່ອງເຊັ່ນ: ຊື້ໂຕະຕັ່ງ, ອຸປະກອນແຕ່ງຮ້ານ ອື່ນໆ ທີ່ຂາຍບໍ່ໄດ້ເງິນກໍ່ຈະຈົມກັບເຄື່ອງ ໃນຂະນທີ່ເອົາໄປລົງກັບສິນຄ້າຈະມີໂອກາດເຮັດກຳໄລ ຄືນທຶນ ແລະ ໂອກາດຂາຍທຶນຈະໜ້ອຍຫລາຍ ທຶນຍິ່ງໜ້ອຍຍິ່ງຕ້ອງຫລີກລ້ຽງຢ່າງເດັດຂາດ ໝູ່ຂ້າພະເຈົ້າລົງທຶນເຮັດຮ້ານອາຫານໂດຍມັກຈະເນັ້ນທີ່ການຕົກແຕ່ງຮ້ານເປັນຫລັກແຕ່ບໍ່ເນັ້ນເລື່ອງອື່ນເຊັ່ນ: ໂຕະໄມ້ໂຕະລະ 250,000 ຫລື 1,000,000 ກີບ ເຄື່ອງໃຊ້ແພງໆ ແລ້ວກໍ່ເຈັ້ງບໍ່ເປັນທີ່ມາໂດຍຕະຫລອດ ເຖີ່ງວ່າຈະພະຍາຍາມເປີດຮ້ານຫລາຍເທື່ອ ແທນທີ່ຈະໄປເນັ້ນເລື່ອງແມ່ຄົວ ນັ້ນເລື່ອງຄົນ ເນັ້ນເລື່ອງອາຫານ ແລະ ການບໍລິການ

4. ທຶນໜ້ອຍຕ້ອງລະວັງຢ່າໃຫ້ໃຜຢືມເງິນ ທຶນຈະຫາຍ ຍິ່ງຕັ້ງໂຕຍາກ

ຄົນມີທຶນນ້ອຍສ່ວນໃຫຍ່ຈະຢູ່ໃນສັງຄົມຄົນທີ່ຂາດວິໄນທາງການເງິນພວກທຶນໜ້ອຍຄືກັນເມື່ອເລີ່ມເຮັດການຄ້າຂາຍເລີ່ມມີກຳໄລຄົນເຫລົ່ານັ້ນກໍ່ຈະເຂົ້າມາຢືມເງິນເລື່ອງນີ້ສຳຄັນຫລາຍເພາະຄົນເຫລົ່ານັ້ນໜ້ອຍຄົນຈະຄືນ ຫລື ຄືນກົງກັບເວລາ ແທນທີ່ຈະຕັ້ງໂຕໄດ້ກັບກາຍເປັນວ່າແຮງຫນັກກວ່າເກົ່າ ບາງຄົນຢືມເງິນຄົນອື່ນມາເຮັດທຶນພໍເລີ່ມຈະໄປໄດ້ດີກໍ່ມີຄົນຮູ້ຈັກມາຢືມເງິນຄວາມເກງໃຈປະຕິເສດບໍ່ໄດ້ ໃຫ້ໄປແລ້ວບໍ່ຄືນ ກຳໄລກໍ່ຫົດເພາະທຶນລົດລົງແຖມອາດຈະສຸດລົງຄືບໍ່ມີເງິນຄືນເຈົ້າໜີ້ຍິ່ງພາຊີວິດຕົກຕ່ຳໄປກັນໃຫຍ່

5. ການຊະລ້າໃຈ ຮີບໃຊ້ຈ່າຍ ເມື່ອກິດຈະການທຳທ່າໄປໄດ້ດີ

ການລົງທຶນໃນຊ່ວງທຳອິດນັ້ນບາງເທື່ອຄືສະຫວັນ ຫລື ໂຊກຊະຕາຊ່າງເປັນໃຈເຫລືອເກີນ ຄ້າຂາຍດີ ມີກຳໄລ ເຮັດໃຫ້ຫລາຍຄົນຊະລ້າໃຈປະມາດ ແລະ ສ່ວນໃຫຍ່ຈະລົງເອີຍຄ້າຍໆກັນຄືມ້ວນເສື່ອກັບບ້ານ ແມ່ຄ້າໃນຕະຫລາດຮູ້ຈັກກັນເລີ່ມລົງທຶນດ້ວຍເງິນຈຳນວນໜ້ອຍບໍ່ຮອດ 250,000 ຊື້ລູກຊີ້ນມາປີ້ງຂາຍກຳໄລມື້ລະ 135,000 ແຕ່ສະຫລອງວັນລະຫລາຍແກ້ວທຸກມື້ເພາະກຳໄລດີ ຊະລ້າໃຈບໍ່ດົນກໍ່ຕ້ອງເຊົາຂາຍ ເພາະເງິນທີ່ນຳມາຊື້ເຄື່ອງເພື່ອລົງທຶນກໍ່ຢືມລາຍວັນລຳບາກຕ້ອງໜີພວກກູ້ລາຍວັນອີກຕ່າງຫາກ

ອີກຄົນໜື່ງເປັນຄູ່ກໍລະນີກັບຂ້າພະເຈົ້າໂດຍກົງ ໃຫ້ຢືມເງິນໄປລົງທຶນ 1,000,000 ກີບການເປີດຮ້ານກໍ່ໄດ້ກຳໄລດີກໍ່ເລີ່ມປະມາດ ກຳໄລທີ່ໄດ້ແທນທີ່ຈະຮີບຫາທາງແຍກເກັບເພື່ອນຳເງິນມາຄືນ ແຕ່ກັບນຳໄປໃຊ້ໃນທາງທ່ຜິດ ຄື ຊື່ເລກ ເດືອນໆຫນື່ງກໍ່ກິນໄປ 200,000-300,000 ກີບ ປະມາດຈາກທີ່ເຮັດທີ່ວ່າຈະໄປໄດ້ດີຢູ່ໆກໍ່ດຳເນີນຕໍ່ບໍ່ໄດ້ເພາະກຳໄລທີ່ໄດ້ບໍ່ຍອມເອົາໄປຊື້ສິນຄ້າມາເພີ້ມ

ສຸດທ້າຍເງິນທີ່ຢືມໄປກໍ່ບ້ຽວບໍ່ສາມາດຄືນໄດ້ເປັນບົດຮຽນໃຫ້ຂ້າພະເຈົ້າເອງກໍ່ຕ້ອງຈົດຈຳໄປອີກດົນຄື ກັນໃນເລື່ອງການໃຫ້ເງິນຜູ້ອື່ນຢືມເພາະຄົນລະດັບນີ້ບໍ່ຄ່ອຍຈະມີຄວາມຮັບຜິດຊອບຄົນທີ່ສາມາດເວົ້າຈາກປາກຂໍຢືມເງິນຄົນອື່ນໄດ້ງ່າຍໆຄົນພວກນີ້ບໍ່ມີວິໄນທາງດ້ານການເງິນທີ່ສຸດ ຫ້າມຂ້ອງກ່ຽວຢ່າງເດັດຂາດຈາກທີ່ເຄີຍອີຕົນກໍ່ເລີ່ມອີຕົນໂຕເອງຫລາຍກວ່າແຕ່ບໍ່ອາຄາດໃຫ້ຢືມເອງກໍ່ຕ້ອງໂທດໂຕເອງໄວ້ກ່ອນ

ເມື່ອກິດຈະການເລີ່ມຈະໄປໄດ້ດີມີກຳໄລ ຕ້ອງມີວິໄນ ແລະ ເຕືອນສະຕິໂຕເອງວ່າຢ່າປະມາດ ຈົງຄິດວ່າ ໂຊກຊະຕາກຳລັງທົດສອບ ແລະ ອີກບໍ່ດົນກໍ່ຈະລົງ, ລາຍຮັບຈະຫົດຫາຍ ຕ້ອງຮີບກັນເງິນແຍກເກັບ ຫລື ລົງທຶນເພິ່ມ ຫລື ຫາທາງຕໍ່ຍອດ ຫລື ຫາກໜີ້ໄດ້ຢືມມາຕ້ອງຮີບຄືນທຶນໃຫ້ໄວທີ່ສຸດ ຢ່າໃຊ້ຈ່າຍຫຍັງທີ່ບໍ່ຈຳເປັນຢ່າງເດັດຂາດ

ຫາກລອງສັງເກດໃຫ້ດີເລື່ອງແບບນີ້ບໍ່ແມ່ນຈະເກີດກັບຄົນທຳມາຄ້າຂາຍ ລົງທຶນເລັກໆໜ້ອຍໆ ລວມຮອດຮ້ານອາຫານທີ່ມີລູກຄ້າປະຈຳຢູ່ແລ້ວບາງເທື່ອແມ່ນຫຍັງໆກຳທຳທ່າວ່າຈະດີແຕ່ຢູ່ໆກໍ່ຂາລົງເປັນຕາຢ້ານ ມີຄົນຮູ້ຈັກເຮັດໂຮງງານຄັດແຍກພຣາດສະຕິກ ແຕ່ລະເດືອນເງິນໝູນວຽນຫລັກ 1,000,000,000 ກີບ, ຮ້ານອາຫານນ້ອຍໆຂາຍຂອງກິນ, ຂາຍເຄື່ອງ ໃຫ້ຄົນງານໃນໂຮງງານມີກຳໄລເດືອນໜື່ງ 2,500,000 ກີບ ກໍ່ສະລ້າໃຈໄປຊື້ລົດມາຂີ່ປະກົດວ່າໂຮງງານເຈັ້ງເພາະກູ້ຢືມເງິນເພິ່ມທຶນບໍ່ໄດ້ ກໍ່ພາກັນເຈັ້ງຕາມໆກັນ

ຄົນທີ່ມີເງິນເດືອນກໍ່ບໍ່ຕ່າງກັນບາງຄົນໂບນັດອອກໄດ້ມາກ້ອນໃຫຍ່ນຳເງິນໄປດາວລົດ ຫລື ຈັບຈ່າຍໃຊ້ຊອຍຟຸ້ມເຟືອຍ ເຮັດວຽກໄປອີກບໍ່ເທົ່າໃດເດືອນ ປະກົດວ່າຖືກໄລ່ອອກ ຊີວິດຈົບກັນເລີຍ ເວລາທີ່ແມ່ນຫຍັງໆເລີ່ມຄືຈະດູດີຢ່າໄດ້ປະມາດໃຫ້ເບິ່ງໄປອີກໄລຍະໜື່ງເພາະດວງຄົນເຮົາບາງເທື່ອຂື້ນໄວລົງໄວແຖມລົງແບບຈົມດິນເລີຍກໍ່ມີ

ສະຫລຸບ

ທຶນໜ້ອຍກໍ່ສາມາດຕັ້ງໂຕໄດ້ເຮັດທຸລະກິດໄດ້ ຄ້າຂາຍໄດ້ບໍ່ຈຳເປັນຕ້ອງມີທຶນຫລາຍແລ້ວຄ່ອຍເລີ່ມເຮັດ ເພາະທຶນຈະຫລາຍ ຫລື ຈະໜ້ອຍ ຫາກບໍ່ມີວິໄນໃນຊີວິດ ບໍ່ມີວິໄນທາງດ້ານການເງິນ ບໍລິຫານເງິນບໍ່ເປັນ ບໍ່ໃຫ້ຄວາມສຳຄັນກັບເງິນທີ່ຢືມມາ ບ້ຽວນັດ ກໍ່ຍາກຈະເຮັດການຄ້າຂາຍຂື້ນ ມີແສນກໍ່ໝົດແສນ ມີລ້ານກໍ່ໝົດລ້ານ

ຄົນມີທຶນໜ້ອຍສາມາດລວຍໄດ້ຕັ້ງໂຕໄດ້ໄວດ້ວຍການສ້າງຄຸນສົມບັດປະຈຳໂຕທີ່ເຂັ້ມແຂງເຊັ່ນ: ຄວາມມີວິໄນຄວາມຊື່ສັດ, ຄວາມກົງຕໍ່ເວລາ, ຄວາມນ່າເຊື່ອຖື, ຄຸນນະພາບການບໍລິການ ແລະ ສິນຄ້າ ຍິ່ງດີເທົ່າໃດກໍ່ຈະມີໂອກາດໄປໄດ້ດີເທົ່ານັ້ນ ເພາະໃຜກໍ່ກ້າທີ່ຈະຍືນມືໄປຊ່ວຍ, ຄູ່ຜົວເມຍຄູ່ໜື່ງຂາຍໄສ້ກອກອິສານມີລໍ້ຍູ້ນ້ອຍໆຄັນໜື່ງແຕ່ສາມາດກູ້ຢືມເງິນທະນາຄານຊື້ຕຶກລາຄ້າ 500,000,000 ກີບທະນາຄານໃຫ້ຜ່ານເພາະຫລັກຖານການເງິນດີ ເມື່ອຊື້ຕຶກແລ້ວກໍ່ຍິ່ງເຮັດໃຫ້ຄ້າຂາຍດີຍິ່ງຂື້ນ ທັງຂາຍໄສ້ກອກໃນຕະຫລາດສົດ ແລະ ຂາຍໜ້າຮ້ານຂອງໂຕເອງ


ไม่มีความคิดเห็น:

แสดงความคิดเห็น