ແນວໃດກໍ່ຕາມປັດຈຸບັນການລົງທຶນໃນ ສປປ ລາວ ຍັງມີອຸປະສັກຢູ່ ໂດຍສະເພາະລະບົບສາທາລະນຸປະໂພກທີ່ຍັງບໍ່ພຽງພໍ ໃນຂະນະທີ່ຄວາມຕ້ອງການສຳນັກງານທີ່ຢູ່ອາໄສໃນລະດັບສູງ ແລະ ສິ່ງອຳນວຍຄວາມສະດວກເພື່ອຮອງຮັບນັກລົງທຶນ ແລະ ນັກທ່ອງທ່ຽວຕ່າງປະເທດເພີ່ມຂື້ນຢ່າງຕໍ່ເນື່ອງ ໂດຍສະເພາະໃນ ນະຄອນຫລວງວຽງຈັນຊື່ງຖືເປັນໃຈກາງຄວາມຈະເລີນ ແລະ ສູນກາງການເຈລະຈາຕິດຕໍ່ທຸລະກິດສຳຄັນ ຂອງ ສປປ ລາວ ດັ່ງນັ້ນ, ລັດຖະບານລາວຈື່ງອະນຸມັດໃຫ້ມີການດຳເນີນໂຄງການ "Vientiane New World" ຊື່ງເປັນໂຄງການກໍ່ສ້າງເຂດເມືອງໃໝ່ທີ່ຫາດດອນຈັນ "Don Chan Island" ແຄມແມ່ນ້ຳຂອງໃນ ນະຄອນຫລວງວຽງຈັນໂດຍລວມເອົາສິ່ງອຳນວຍຄວາມສະດວກຊື່ງມີຄວາມທັນສະໄຫມ ແລະ ເອື້ອຕໍ່ການເຮັດທຸລະກິດລວມທັງທີ່ຢູ່ອາໄສລະດັບສູງໄວ້ດ້ວຍກັນ ອັນຈະສົ່ງຜົນໃຫ້ພື້ນທີ່ດັ່ງກ່າວກາຍເປັນແລນມາກສຳຄັນອີກແຫ່ງໜື່ງ ຂອງ ນະຄອນຫລວງວຽງຈັນໃນອີກ 6-8 ປີຂ້າງໜ້າ
ລາຍລະອຽດ ຂອງ ໂຄງການ "Vientiane New World"
- ການຮ່ວມທຶນ: ບໍລິສັດ CAMCE Investment (Lao) Co., Ltd. ເປັນບໍລິສັດທີ່ເກີດຈາກການຮ່ວມທຶນ ຂອງ ບໍລິສັດ CAMC Engineering Co., Ltd. ຂອງ ຈີນ ແລະ ບໍລິສັດ Krittaphong Group Co., Ltd. ຂອງ ສປປ ລາວ
- ມູນຄ່າການລົງທຶນ: 600 ລ້ານໂດລາສະຫາລັດ
- ຂະຫນາດພື້ນທີ່ກໍ່ສ້າງ: 420,000 ຕາແມັດ
- ສິ່ງອຳນວຍຄວາມສະດວກໃນໂຄງການ: ທີ່ຢູ່ອາໄສຕັ້ງຢູ່ບໍລິເວນແຄມແມ່ນ້ຳຂອງ, ຜູ້ພັກອາໄສສາມາດເບິ່ງເຫັນທິວທັດຂອງສາຍນ້ຳ ແລະ ເບິ່ງເຫັນເຂດແດນໄທໃນຝັ່ງກົງກັນຂ້າມ ນອກຈາກນີ້ທີ່ພັກຍັງກໍ່ສ້າງໃນບໍລິເວນໃກ້ຄຽງກັບແຫລ່ງທຸລະກິດແຫລ່ງຊ໋ອບປີ້ງ, ສູນລວມຄວາມບັນເທິງລວມທັງ Chao Anouvong Park ຊື່ງເປັນໜື່ງໃນສວນສາທາລະນະແຫ່ງໃໝ່ຂອງນະຄອນຫລວງວຽງຈັນທີ່ປະຊາຊົນນິຍົມໄປອອກກຳລັງກາຍ ທັ້ງນີ້ ປັດຈຸບັນໂຄງການດັ່ງກ່າວໄດ້ກໍ່ສ້າງໄລຍະທຳອິດສຳເລັດແລ້ວ ແລະ ຢູ່ລະຫວ່າງການກໍ່ສ້າງໄລຍະທີ່2 ແລະ 3 ດັ່ງນີ້:
- ໄລຍະທີ່ 1: ກໍ່ສ້າງບ້ານພັກລູ 50 ຫລັງ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ບໍລິເວນທາງໃຕ້ ຂອງ ຕະຫລາດດອນຈັນເພື່ອຕ້ອນຮັບຄະນະຜູ້ເຂົ້າຮ່ວມປະຊຸມ Asia-Europe Meeting (ASEM)
- ໄລຍະທີ່ 2: ກໍ່ສ້າງ International Cultural and Tourist Center ອ້ອມຮອບດ້ວຍແຫລ່ງຊ໋ອບປີ້ງ, ສູນອາຫານ, ສູນລວມຄວາມບັນເທີງ ແລະ ແຫລ່ງທ່ອງທ່ຽວຄາດວ່າບໍລິເວນດັ່ງກ່າວຈະເປັນໜື່ງໃນຫົນທາງຄົນຍາງທີ່ດີທີ່ສຸດ ຂອງ ສປປ ລາວ ໃນອະນາຄົດນອກຈາກນີ້ຍັງມີ International Residence Center ຊື່ງຈະເປັນບ່ອນພັກອາໄສທີ່ດີທີ່ສຸດ ຂອງ ຄົນຕ່າງປະເທດທີ່ມາພັກເຊົາໃນ ນະຄອນຫລວງວຽງຈັນໂດຍທີ່ຢູ່ອາໄສຈະອອກແບບຕາມມາດຕະຖານສາກົນ ແລະ ຢູ່ໃນກາງຮ້ານຄ້າ ແລະ ຮ້ານອາຫານຕ່າງໆ ເພື່ອຕອບສະໜອງຄວາມຕ້ອງການທີ່ຫລາກຫລາຍ ຂອງ ຜູ້ຢູ່ອາໄສ
- ໄລຍະທີ່ 3: ກໍ່ສ້າງ International Business Center ຊື່ງຈະເປັນທີ່ຕັ້ງຂອງທັງ ບໍລິສັດທ້ອງຖິ່ນ ແລະ ບໍລິສັດ ຕ່າງປະເທດ ປະກອບດ້ວຍອາຄານປະເພດ Independent Headquarter Buildings, Small Office/ Home Offices (SOHO) ແລະ Landmark Office Buildings
ນີ້ເປັນໜື່ງບາດກ້າວໜື່ງໃນແຜນການພັດທະນາປະເທດລາວ ເພື່ອກ້າວສູ່ສະມາຄົມເສດຖະກິດອາຊຽນ ຫລື AEC ໃນປີ 2015 ນີ້ ແລະ ຍັງມີອີກຫລາຍໆໂຄງການທີ່ພວມດຳເນີນການຕາມທິດຊີ້ນຳ ຫລື ນະໂຍບາຍ ຂອງ ລັດຖະບານ ຂອງ ສປປ ລາວ ເພື່ອນຳປະເທດລາວ ຂອງ ພວກເຮົາຫລຸດຜົ້ນອອກຈາກຄວາມທຸກຍາກ ແລະ ພັດທະນາປະເທດໃຫ້ກາຍເປັນປະເທດທີ່ໄດ້ຮັບການພັດທະນາເທື່ອລະກ້າວ.

ไม่มีความคิดเห็น:
แสดงความคิดเห็น